• Info@imdc.la
  • +856 20 5551 8913
  • Mon - Fri 07:30 - 20:00. Sat 7:30 - 17:00

ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ເຂົ້າຮ່ວມງານ ແລະ ມີຄຳເຫັນ ໃນພິທີມອບ-ຮັບຢາປິ່ນປົວພະຍາດເບົາຫວານປະເພດ1 ແລະ ອຸປະກອນການແພດ  ພາຍໃຕ້ໂຄງການຊ່ວຍເຫລືອລ້າ ພະຍາດເບົາຫວານປະເພດ1

ໃນວັນທີ 20 ກັນຍາ 2023 ທີ່ໂຮງຫມໍມະໂຫສົດ, ນະຄອນຫຼວງວຽງຈັນ, ສປປ ລາວ –ທ່ານ ສີຫາມະໂນ ບັນນະວົງ, ຜູ້ບໍລິຫານສູງສຸດ ກຸມ່ບໍລິສັດ KST, ທັງເປັນຜູ້ອຳນວຍການ ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ເຂົ້າຮ່ວມງານ ແລະ ມີຄຳເຫັນ ໃນພິທີມອບ-ຮັບຢາປິ່ນປົວພະຍາດເບົາຫວານປະເພດ1 ແລະ ອຸປະກອນການແພດ  ພາຍໃຕ້ໂຄງການຊ່ວຍເຫລືອລ້າ ພະຍາດເບົາຫວານປະເພດ1 ໄລຍະທີ່ IV ຂອງອົງການ Action4Diabetes (A4D) ໃຫ້ແກ່ເດັກນ້ອຍລາວທີ່ເປັນພະຍາດເບົາຫວານປະເພດ1 (T1D).

ຄູ່ຮ່ວມພັດທະນາໃນໂຄງການ ຂອງອົງການ Action4Diabetes (A4D) ປະກອບມີ: ບໍລິສັດ ອີລີ ລິນລີ້ (Eli Lily and Company), ໂຮງຫມໍ ມະໂຫດສົດ ແລະ ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ (VTP).

ໃນຖານະທີ່ ບໍລິສັດ ວຽງທອງການຢາ (VTP) ເປັນຫນື່ງຄູ່ຮ່ວມພັດທະນາທີ່ສໍາຄັນໃນໂຄງການນີ້, ພວກເຮົາ ມີຄວາມມຸ້ງຫມັ້ນປະກອບສ່ວນເຂົ້າໃນໂຄງການດັ່ງກ່າວຢ່າງຕັ້ງຫນ້າ ໂດຍການອຳນວຍຄວາມສະດວກ ທາງດ້ານສະຖານທີ່ຈັດເກັບ ແລະ ການຈັດສົ່ງ ທີ່ໄດ້ມາດຕະຖານສາກົນ ເພື່ອຮັບປະກັນ ໃຫ້ການຈັດສົ່ງຜະລິດຕະພັນຢາເຢັນຂອງໂຄງການ ໄປເຖິງຜູ້ຊົມໄຊ້ ຢ່າງມີປະສິດທິພາບ.

ໂຄງການນີ້ ຖືເປັນອີກຫນື່ງໂຄງການຊ່ວຍເຫລືອສັງຄົມທີ່ ບໍລິສັດ ວຽງທອງການຢາ ໄດ້ປະກອບສ່ວນຢ່າງຕັ້ງຫນ້າ ເພື່ອຊ່ວຍໃຫ້ການປະຕິບັດໂຄງການຊ່ວຍເຫລືອລ້າ ພະຍາດເບົາຫວານປະເພດ1 ໄລຍະທີ່ IV ຂອງອົງການ Action4Diabetes (A4D) ໃຫ້ປະສົບຜົນສໍາເລັດຢ່າງມີປະສິດຕິພາບ.

ຕິດຕໍ່ ພວກເຮົາ: Info@vtpharma.la

Leave a Reply

Your email address will not be published.

You may use these <abbr title="HyperText Markup Language">HTML</abbr> tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>

*