• Info@imdc.la
  • +856 20 5551 8913
  • Mon - Fri 07:30 - 20:00. Sat 7:30 - 17:00

ພະຍາດທີ່ມາພ້ອມກັບລະດູຮ້ອນ

ໃນລະດູຮ້ອນ, ນອກຈາກຈະພົບກັບອາກາດທີ່ຮ້ອນແລ້ວ ຍັງຕ້ອງພົບກັບພະຍາດທີ່ມັກຈະມາກັບພ້ອມກັບອາກາດຮ້ອນອີກ ຍ້ອນວ່າລະດູຮ້ອນແມ່ນລະດູທີ່ເຫມາະສົມໃນການຂະຫຍາຍຕົວຂອງເຊື້ອແບັກທີເຣຍບາງຊະນິດ ໂດຍສະເພາະແມ່ນເຊື້ອແບັກທີເຣຍທີ່ເຮັດໃຫ້ເກີດພະຍາດກະເພາະ – ລຳໄສ້ ພ້ອມທັງຍັງເປັນສາເຫດທີ່ພາໃຫ້ເກີດອາການ ແລະ ພະຍາດອື່ນໆນຳອີກ.
ມາເບິ່ງວ່າ ພະຍາດຍອດນິຍົມທີ່ມາກັບລະດູຮ້ອນມີພະຍາດຫຍັງແດ່?

  1. ພາວະ Heat stroke (ພະຍາດລົມແດດ)
    ອຸນຫະພູມຮ່າງກາຍສູງຂຶ້ນໄວວາ (>40 ອົງສາ) ຈົນເຮັດໃຫ້ຮ່າງກາຍບໍ່ສາມາດຄວບຄຸມ ຫຼື ປັບອຸນຫະພູມລົງໄດ້.

2. ພະຍາດຖອກທ້ອງ
ເກີດຈາກການກິນອາຫານທີ່ປົນເປື້ອນເຊື້ອພະຍາດ ເນື່ອງຈາກອາກາດຮ້ອນຈະເຮັດໃຫ້ອາຫານເນົ່າເສຍໄດ້ໄວ ເປັນສາເຫດທີ່ເຮັດໃຫ້ເກີດພາວະອາຫານເປັນພິດ ແລະ ຖອກທ້ອງ.

3. ອາຫານເປັນພິດ
ອາການຜິດປົກກະຕິທີ່ເກີດຂຶ້ນຫຼັງຈາກກິນອາຫານທີ່ປົນເປື້ອນເຊື້ອພະຍາດ ເຮັດໃຫ້ມີອາການ ປວດຮາກ, ຮາກ, ຖອກທ້ອງ ເປັນຕົ້ນ.

4. ຕຸ່ມຜື່ນ
ການອັກເສບຂອງຜິວໜັງຊັ້ນນອກທີ່ເກີດຈາກອາກາດຮ້ອນ ເຮັດໃຫ້ເກີດຕຸ່ມຜື່ນແດງ, ຕຸ່ມຄັນ ຂຶ້ນຕາມຮ່າງກາຍ ເຊິ່ງເກີດຈາກການສະສົມຂອງເຊື້ອແບັກທີເຣຍ ແລະ ເກີດຈາກການສຽດສີກັນຂອງ ຮ່າງກາຍ.
ສູນການເເພດບົ່ງມະຕິພະຍາດສາກົນ IMDC
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
020 55518913
021 252870

Leave a Reply

Your email address will not be published.

You may use these <abbr title="HyperText Markup Language">HTML</abbr> tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>

*