• Info@imdc.la
  • +856 20 5551 8913
  • Mon - Fri 07:30 - 20:00. Sat 7:30 - 17:00

ພະຍາດໄຂ້ເລືອດອອກ   ອັນຕະລາຍ !! ທີ່ມາພ້ອມຍຸງລາຍ

ໄຂ້ເລືອດອອກເກີດຈາກເຊື້ອໄວຣັສແດງກີ ທີ່ມີຍຸງລາຍເປັນພາຫະນຳເຊື້ອ ເຊິ່ງພົບໄດ້ໃນຜູ້ໃຫຍ່ ແລະ ເດັກນ້ອຍ

ອາການ

ມີໄຂ້ຂຶ້ນສູງ >38.5 ອົງສາ ໃນ 2-7ວັນ ບວກກັບສອງອາການລຸ່ມນີ້:

1. ອ່ອນເພຍ, ປວດເມື່ອຕາມກ້າມຊີ້ນ ແລະ ປວດກະໂບງຕາ

2. ເບື່ອອາຫານ ຫຼື ປວດຮາກ

3. ມີຜື່ນແດງຂຶ້ນຕາມຕົນໂຕ

ການປິ່ນປົວ

1.ກິນຢາລົດໄຂ້ Paracetamol ຕາມແພດສັ່ງ ແລະ ເຊັດໂຕ ໃຫ້ສະໝໍ່າສະເໝີ

2.ຫ້າມກິນຢາແກ້ປວດຊະນິດອື່ນເຊັ່ນ: Aspirin ຫຼື Ibuprofen

3.ດື່ມນໍ້າ ຫຼື ນໍ້າເກືອແຮ່ໃຫ້ໄດ້ຢ່າງໜ້ອຍ 1.5-2ລິດຕໍ່ມື້ ແລະ ກິນອາຫານທີ່ຍ່ອຍງ່າຍ

ການປ້ອງກັນ

1. ກຳຈັດແຫຼ່ງເພາະພັນຍຸງລາຍ ທຳລາຍຈຸດ ທີ່ມີ ນໍ້ຳຂັງ ອາທິດລະ 1ຄັ້ງ

2. ປິດຝາແອ່ງນ້ຳໃຫ້ສະໜິດ

3. ພົ່ນຢາຂ້າຍຸງເປັນປະຈຳ ອາທິດລະ 1ຄັ້ງ

4. ທາຢາກັນຍຸງເປັນປະຈໍາ 5. ນອນໃນມຸ້ງ

ໝາຍເຫດ: ຄວນໄປພົບແພດທັນທີຖ້າຫາກມີອາການດັ່ງຕໍ່ໄປນີ້:

1. ມີອອກຕາມເຟັນແຂ້ວ, ເຍື່ອເມືອກຕາ ຫຼື ເລືອດດັງອອກ

2. ຮາກ ຫຼື ຖ່າຍເປັນສີດຳ

3. ອິດເມື່ອຍແຮງ ຫຼື ກະວົນກະວາຍ

4. ໄຂ້ຫຼຸດກະທັນຫັນ, ຕີນມືເຢັນ

Leave a Reply

Your email address will not be published.

You may use these <abbr title="HyperText Markup Language">HTML</abbr> tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>

*