• Info@imdc.la
  • +856 20 5551 8913
  • Mon - Fri 07:30 - 20:00. Sat 7:30 - 17:00

ສັນຍານເຕືອນ ມະເຮັງປາກມົດລູກ

ຖ້າເວົ້າເຖິງພະຍາດຮ້າຍຂອງຜູ້ຍິງ ຈະຕ້ອງມີ “ພະຍາດມະເຮັງປາກມົດລູກ” ເປັນຊື່ຢູ່ໃນລຳດັບຕົ້ນໆທີ່ຜູ້ຍິງທຸກຄົນຢ້ານ ແລະ ມັກພົບກັນຢ່າງແນ່ນອນ, ດັ່ງນັ້ນ ວິທີສັງເກດ ແລະ ໄລຍະຂອງການເປັນມະເຮັງປາກມົດລູກ
ດັ່ງນີ້ ເດີ້ພີ່ນ້ອງແມ່ຍິງເຮົາ..ຕາມມາເລີຍ….
📍 ສັນຍານເຕື່ອນທີ່ບໍ່ຄວນເບິ່ງຂ້າມ :
✅ 1. ມີຕົກຂາວ, ສານຄັດຫຼັ່ງອອກທາງຊ່ອງຄອດຫຼາຍກວ່າປົກກະຕິ ຫຼື ມີຕົກຂາວປົນເລືອດ
✅ 2. ມີປະຈຳເດືອນມາຜິດປົກກະຕິ ປະຈຳເດືອນມາຫຼາຍ ຫຼື ເປັນດົນ.
✅ 3. ມີເລືອດອອກຈາກຊ່ອງຄອດໃນຊ່ວງຫຼັງໝົດປະຈຳເດືອນ ຫຼື ໄວທອງ.
✅ 4. ເຈັບຕອນມີເພດສຳພັນ ຫຼື ມີເລືອດຈາກຊ່ອງຄອດຕອນທີ່ມີເພດສຳພັນ.
✅ 5. ໄລຍະແຜ່ລາມ ເຈັບທ້ອງນ້ອຍ ຍ່ຽວມີເລືອດປົນ ຍ່ຽວດຸ ຍ່ຽວຂັດ ນ້ຳໜັດຫຼຸດ ອ່ອນເພຍ ຂາບວມ.
————————————————-
📍 ພະຍາດມະເຮັງປາກມົດລູກແບ່ງເປັນໄລຍະດັ່ງນີ້
▶️ ໄລຍະທີ່ 0 : ຈຸລັງມະເຮັງຍັງຢູ່ບໍລິເວນຊັ້ນຜິວສ່ວນເທິງຂອງປາກມົດລູກ ມະເຮັງປາກມົດລູກໃນໄລຍະ 0 ເອີ້ນໄດ້ອີກຊື່ໜຶ່ງວ່າ ມະເຮັງໃນຈຸດກຳເນີດ.
▶️ ໄລຍະທີ່ 1 : ຈຸລັງມະເຮັງຢູ່ບໍລິເວນປາກມົດລູກ ແລະ ເລີ່ມມີການແຜ່ລາມ.
▶️ ໄລຍະທີ່ 2 : ຈຸລັງມະເຮັງແຜ່ລາມເຂົ້າໄປໃນຊ່ອງຄອດ ແຕ່ຍງບໍ່ເຖິງ 1/3 ຂອງຊ່ອງຄອດ ຫຼື ອາດແຜ່ລາມເຂົ້າໄປບ່ອນເນື້ອເຍື່ອແຄມປາກມົດລູກ ແຕ່ຍັງບໍ່ເຖິงຜະໜັງເຂດອ່າງຊາມ
▶️ ໄລຍະທີ່ 3 : ຈຸລັງມະເຮັງແຜ່ລາມເຂົ້າໄປເຖິງ 1/3 ສ່ວນກາງຂອງຊ່ອງຄອດ ຫຼື ແຜ່ລາມໄປເຖິງກະດູກອ່າງຊາມ ຫຼື ໄປໜີບເຕັງທໍ່ໄຂ່ຫຼັງ ເຮັດໃຫ້ເກີດການອຸດຕັນຂອງລະບົບຖ່າຍເທ.
▶️ ໄລຍະທີ 4 : ຈຸລັງມະເຮັງລາມອອກຈາກສ່ວນອະໄວຍະວະເພດ ຫຼື ຜ່ານກະກູກອ່າງຊາມລາມເຂົ້າໄປໃນລຳໄສ້ ແລະ ຖົງຍ່ຽວໂດຍກົງ ຫຼື ຈົນລາມໄປບໍລິເວນອື່ນໆ ທີ່ໄກອອກໄປ
ສູນການເເພດບົ່ງມະຕິພະຍາດສາກົນ IMDC
🚩 ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
📞 020 55518913
📞 021 252870

Leave a Reply

Your email address will not be published.

You may use these <abbr title="HyperText Markup Language">HTML</abbr> tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>

*