• Info@imdc.la
  • +856 20 5551 8913
  • Mon - Fri 07:30 - 20:00. Sat 7:30 - 17:00

ອາການທີ່ພົບຫຼາຍໃນຄົນໄວເຮັດວຽກ

ການໃຊ້ຊີວິດຂອງແຕ່ລະຄົນມີຮູບແບບທີ່ແຕກຕ່າງກັນ ບໍ່ວ່າຈະເປັນດ້ານການກິນອາຫານ, ການເຂົ້າສັງຄົມ, ແລະວິຖີຊີວິດທີ່ຫຼາກຫຼາຍ ສິ່ງເຫຼົ່ານີ້ອາດຈະມີຜົນກະທົບທາງລົບຕໍ່ສຸຂະພາບຂອງທ່ານ ສ່ວນໃຫຍ່ທີ່ສາມາດພົບເຫັນເເມ່ນນຳພະນັກງານຫ້ອງການ ພຶດຕິກໍາທີ່ຄຸ້ນເຄີຍໃນຂະນະທີ່ເຮັດວຽກອາດຈະສົ່ງຜົນກະທົບທາງລົບຕໍ່ຮ່າງກາຍຂອງເຮົາ ມື້ນີ້ພວກເຮົາຈະພາທ່ານໄປເບິ່ງວ່າ ພະຍາດທີ່ພົບຫຼາຍໃນຄົນໄວເຮັດວຽກ ມີຫຍັງແດ່

1.ຄຽດລົງກະເພາະ
ເມື່ອເກີດຄວາມຄຽດເປັນປະຈຳໃນເວລາເຮັດວຽກ ກະເພາະຂອງຄົນເຮົາຈະຜະລິດນ້ຳຍ່ອຍອອກມາຫຼາຍກວ່າປົກກະຕິ ເຮັດໃຫ້ເກີດການລະຄາຍເຄືອງ ຈຸກສຽບ ໃນກະເພາະ.

  1. Office Syndrome
    ເກີດຈາກການນັ່ງເຮັດວຽກເປັນເວລາດົນ ໂດຍສະເພາະຄົນທີ່ເຮັດວຽກກັບຄອມພິວເຕີ ເຮັດໃຫ້ມີພາວະກ້າມຊີ້ນເຄັ່ງຕຶງ ແລະ ເກີດການອັກເສບ.
    3.ກົດໄຫຼຍ້ອນ
    ການກິນອາຫານບໍ່ເປັນເວລາ ເຮັດໃຫ້ເກີດຄວາມຜິດປົກກະຕິຂອງລະບົບຍ່ອຍອາຫານໃນກະເພາະ ພາໃຫ້ກະເພາະບີບຮັດບໍ່ເປັນຈັງຫວະເປັນສາເຫດຂອງ ກົດໄຫຼຍ້ອນ.

4.ພົກຍ່ຽວອັກເສບ
ການອົດຍ່ຽວເປັນເວລາດົນໃນເວລາເຮັດວຽກ ເຮັດໃຫ້ພົກຍ່ຽວເຄັ່ງຕຶງ ເຈັບ ແລະ ສາມາດເຮັດໃຫ້ເກີດການສະສົມຂອງເຊື້ອພະຍາດໃນພົກຍ່ຽວທີ່ເປັນສາເຫດພາໃຫ້ເກີດພົກຍ່ຽວອັກເສບ.
ການດູແລຕົວເອງເປັນສິ່ງທີ່ພວກເຮົາສາມາດເຮັດໄດ້ ຖ້າຮ່າງກາຍຂອງເຮົາແຂງແຮງ ມັນຈະຊ່ວຍໃຫ້ພວກເຮົາເຮັດວຽກມີປະສິດທິພາບຫຼາຍຂຶ້ນ ແລະດໍາລົງຊີວິດສະດວກສະບາຍ ການກວດສຸຂະພາບປະຈໍາປີແມ່ນຖືວ່າມີຄວາມສໍາຄັນ ເປັນອີກຕົວຊ່ວຍປ້ອງກັນພະຍາດຕ່າງໆ ປັບພຶດຕິກຳການດຳລົງຊີວິດ, ປັບປຸງການກິນ ອາຫານໃຫ້ຄົບ 5 ໝວດອາຫານ, ອອກກຳລັງກາຍ ແລະ ພັກຜ່ອນໃຫ້ພຽງພໍ ອອກໄປຊອກຫາຄວາມສຸກໃຫ້ຕົນເອງ ເເມ່ນສາມາດຊ່ວຍໃຫ້ສຸຂະພາບຂອງທ່ານລີກລ້ຽງອາການເລົ່ານີ້ໄດ້

Leave a Reply

Your email address will not be published.

You may use these <abbr title="HyperText Markup Language">HTML</abbr> tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>

*