• Info@imdc.la
  • +856 20 5551 8913
  • ຈັນ - ສຸກ 07:30 - 20:00. ເສົາ 07:30 - 17:00

ໜ້າຫຼັກ

ທ່ານໝໍມີປະສົບການສູງ

ພວກເຮົາມີທີມແພດໝໍມືອາຊີບທັງໝົດ 7 ທ່ານ ແລະ ມີໝໍທີ່ມີປະສົບການຫຼາຍກວ່າ 30 ປີ

ພັດທະນາການເຮັດວຽກສະເໝີ

ພວກເຮົາໃສ່ໃຈທຸກຂັ້ນຕອນຂອງຄຸນນະພາບ ແລະ ການບໍລິການ

ຟື້ນຟູຄວາມຫມັ້ນໃຈ

ພວກເຮົາສາມາດຮຽນຮູ້ທີ່ຈະສ້າງຄືນໃຫມ່ແລະຮັກສາຄວາມຫມັ້ນໃຈໂດຍໃຊ້ການບຳບັດແບບທຳມະຊາດ

IMDC Ultrasound

ແມ່ໆ ຮູ້ບໍ່ວ່າ ການເອໂກ້ (Ultrasound) ນັ້ນ ມີປະໂຫຍດ ແລະ ຄວາມສຳຄັນຫລາຍ ໃນການຕິດຕາມ ການຈະເລີນເຕີບໂຕ ຂອງລູກນ້ອຍຕັ້ງແຕ່ຢູ່ໃນທ້ອງ ແລະ ຄວາມຜິດປົກກະຕິ ຂອງອະໄວຍະວະຕ່າງໆ ໂດຍມື້ນີ້ ບັນດາແມ່ໆ ສາມາດເຂົ້າມາປຶກສາ ກັບ ທ່ານ ຫມໍຊ່ຽວຊານ ສະເພາະທາງ ທີ່ມີປະສົບການ ຢູ່ທີ່ ສູນການແພດ ໄອເອັມດີຊີ ຂອງພວກເຮົາໄດ້ ບໍ່ວ່າຈະເປັນ 🧑‍💻ການເອໂກ້ (Ultrasound) 2 ມິຕິ, 3 ມິຕິ ແລະ 4 ມີຕິ .... ໂດຍ ພິເສດນັ້ນກໍ່ຄື ສຳລັບ ການເອໂກ້ (Ultrasound) ແບບ 4 ມິຕິ ແມ່ນຫຍັງ ແລະ ມີຂໍ້ດີຄືແນວໃດ?
ມື້ນີ້ ..ສູນການແພດ ໄອເອັມດີຊີ ມີຄຳຕອບໃຫ້ .....
✅ຂໍ້ດີ ຂອງການເຮັດເອໂກ້ (Ultrasound) 4 ມີຕິ :
👉 ເຫັນອະໄວຍະພາຍນອກຂອງເດັກໃນທ້ອງແຈ້ງກວ່າການເອໂກ້ແບບອື່ນເຊັ່ນ: ໃບໜ້າ, ນິ້ວມື, ແຂນຂາ
👉 ເຫັນພຶດຕິກຳຕ່າງໆຂອງເດັກໃນທ້ອງໄດ້ຊັດເຈນເຊັ່ນ: ການຫາວ, ຍີ້ມ ແລະ ດູດນິ້ວ
👉 ຫລຸດເວລາ ການກວດທ້ອງ ເນື່ອງຈາກເອໂກ້ 4 ມິຕິ ສາມາດເກັບພາບໄວ້ໄດ້ ໃນຄອມພິວເຕີ
👉 ພໍ່ແມ່ສຳພັດໄດ້ ເຖິງ ຄວາມຮູ້ສືກຜູກພັນ ກັບເດັກຕັ້ງແຕ່ຢູ່ໃນທ້ອງຫລາຍຂື້ນ ເປັນແຮງກະຕຸ້ນສ້າງກຳລັງໃຈ ແລະ ຮອຍຍີ້ມແຫ່ງຄວາມສຸກໃຫ້ແກ່ ພໍ່ແມ່
👉ແລະ ທີ່ສຳຄັນ ແພດສາມາດ ກວດພົບເຫັນຄວາມຜິດປົກກະຕິຂອງເດັກ ທີ່ອາດເກີດຂື້ນຕັ້ງແຕ່ຢູ່ໃນທ້ອງໄດ້ຢ່າງຊັດເຈນຍິ່ງຂື້ນ
👉ຫມົດຄວາມກັງວົນໃຈ ຕໍ່ແມ່ ເພາະ ມີຄວາມປອດ ໄພສູງທັງແມ່ ແລະ ລູກໃນທ້ອງ ໂດຍການເອໂກ້ ແຕ່ລະຄັ້ງ ແມ່ນຢູ່ພາຍໃຕ້ການເບີ່ງແຍງຂອງແພດຜູ້ຊ່ຽວຊານໂດຍກົງ .

ບໍລິການຈາກພວກເຮົາ

ກວດສຸຂະພາບ

ປະເມີນກາຍວິພາກ ໂດຍຜ່ານການສັງເກດ ການກະທົບ ແລະ ການຟັງ

ກວດຕົວຢ່າງໃນຫ້ອງທົດລອງ

ກວດຕົວຢ່າາງໃນຫ້ອງທົດລອງ ແມ່ນສາມາດຊ່ວຍໃນການວິນິດໄສອາການ ຄວາມເປັນໄປໄດ້ໃນການປິ່ນປົວ ແລະ ຕິດຕາມອາການພະຍາດ

x-ray ໜ້າເອິກ

ການຖ່າຍພາບລັງສີໜ້າເອິກສາມາດຊ່ວຍໃຫ້ທ່ານໝໍກວດສອບໄດ້ວ່າຫົວໃຈ ແລະ ປອດເຮັດວຽກປົກກະຕິ ຫຼື ບໍ່

ເອໂກ້
(echo)

ເປັນການກວດເດັກນ້ອຍໃນທ້ອງແມ່ ແລະ ຍັງໃຊ້ໃນຂັ້ນຕອນການກວດເນື້ອເຍື່ອ

ກວດຄື້ນໄຟຟ້າຫົວໃຈ
(ECG)

ສາມາດກວດສຸຂະພາບ ແລະ ບັນຫາຫົວໃຈຂອງທ່ານໄດ້ຢ່າງວ່ອງໄວ ແລະ ບໍ່ເປັນອັນຕະລາຍ

ທົດສອບສາຍຕາ

ເປັນການທົດສອບສາຍຕາເພື່ອໃຫ້ໝໍຕາຮັບຮູ້ວ່າທ່ານຕ້ອງການແວ່ນສາຍຕາ ຫຼື້ ຄອນເເທັກເລນ

ກວດປອດ

ເພື່ອໃຫ້ທ່ານໝໍສາມາດວິນິໄສພະຍາດໃນປອດ ຫຼື ສຸຂະພາບປອດຂອງທ່ານໄດ້

ທົດສອບຫູ ແລະ ການໄດ້ຍິນ
(Audiometer)

ທົດສອບການໄດ້ຍິນສຽງເພື່ອປະເມີນການໄດ້ຍິນ ແລະ ຮັບຮູ້ສຽງຜ່ານຫູ

ຢ່າລັງເລທີ່ຈະຕິດຕໍ່ພວກເຮົາ

ນັດໝາຍແບບອອນລາຍກັບພວກເຮົາ

ຫຼື ໂທ:
+856 20 5551 8913, +856 20 5621 8460, +856 20 252 570

ບົດຄວາມ ແລະ ຂ່າວ