• Info@imdc.la
  • +856 20 5551 8913
  • Mon - Fri 07:30 - 20:00. Sat 7:30 - 17:00

ໄຂ້ຫວັດໃຫຍ່ (INFLUENZA)

ໄຂ້ຫວັດໃຫຍ່ສາມາດພົບໄດ້ທຸກເພດທຸກໄວ ແລະພົບ
ຫຼາຍທີ່ສຸດໃນເດັກນ້ອຍ ແຕ່ອັດຕາການຕາຍເກີດຂຶ້ນໃນຄົນເຈັບທີ່ມີອາຍຸຫຼາຍກວ່າ 65 ປີ ຫຼືຜູ້ທີ່ມີພະຍາດ ເຊັ່ນ: ພະຍາດຫົວໃຈ, ພະຍາດປອດ, ພະຍາດໝາກໄຂ່ຫຼັງ ແລະ ອື່ນໆ, ການສັກຢາປ້ອງກັນແມ່ນວິທີປ້ອງກັນທີ່ມີປະສິດທິຜົນທີ່ສຸດ ສາມາດຫຼຸດຜ່ອນອັດຕາການຕິດເຊື້ອ ຫຼຸດຜ່ອນອັດຕາການເຂົ້າໂຮງໝໍ ຫຼຸດຜ່ອນອາການແຊກຊ້ອນ ແລະຫຼຸດຜ່ອນເວລາລົງ

ອາການເມື່ອຕິດເຊື້ອ “ໄຂ້ຫວັດໃຫຍ່”

  • ເຈັບກ້າມເນື້ອ
  • ໄຂ້ສູງ
  • ນ້ຳມູກໄຫຼ
  • ເຈັບຫົວ, ເມື່ອຍລ້າ
  • ເບື່ອອາຫານ
  • ໃນເດັກນ້ອຍອາດຈະມີອາການ ປວດຮາກ, ຮາກ, ຖອກທ້ອງ
  • ໄອແຫ້ງ
    ວິທີປ້ອງກັນ
    ສັກຢາປ້ອງກັນ ໄຂ້ຫວັດໃຫຍ່ 1 ຄັ້ງ ຕໍ່ປີ
    ເດັກນ້ອຍສາມາດສັກໄດ້ ຕັ້ງແຕ່ອາຍຸ 6 ເດືອນຂຶ້ນໄປ ແມ່ຍິງຖືພາສາມາດສັກໄດ້ ເມື່ອາຍຸຖືພາ ໄດ້ 7 ເດືອນ ເພື່ອປ້ອງກັນທັງແມ່ ແລະ ລູກນ້ອຍຫຼັງເກີດ

ກຸ່ມທີ່ສ່ຽງຕໍ່ການຕິດເຊື້ອ “ໄຂ້ຫວັດໃຫຍ່”

  • ຜູ້ສູງອາຍຸ 65 ປີ ຂຶ້ນໄປ
  • ແມ່ຍິງຖືພາ 4 ເດືອນຂຶ້ນໄປ
  • ຜູ້ທີ່ມີພາວະ ພູມຄຸ້ມກັນຕໍ່າ
  • ຜູ້ທີ່ມີພາວະນ້ຳໜັກເກີນ (ໂລກອ້ວນ)
  • ເດັກນ້ອຍ ອາຍຸຕ່ຳກວ່າ 2 ປີ
  • ພະຍາດປອດອັກເສບຊໍາເຮື້ອ, ຫອບຫືດ, ຫົວໃຈ, ເບົາຫວານ

Leave a Reply

Your email address will not be published.

You may use these <abbr title="HyperText Markup Language">HTML</abbr> tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <s> <strike> <strong>

*